ຄລີນິກປົວແຂ້ວ M Dental Clinic

ຄລີນິກປົວແຂ້ວ M Dental Clinic ບໍລິການປິ່ນປົວແຂ້ວຄົບວົງຈອນ, ດັດແຂ້ວ, ຝັງຮາກທຽມ ແລະ ທັນຕະກຳເພື່ອຄວາມງາມ.

✨ ກຽມພົບກັບ M Dental Clinic renovate ໃໝ່! ຍົກລະດັບການເບີ່ງແຍງຮອຍຍິ້ມໃຫ້ທັນສະໄໝກວ່າເກົ່າ🦷💙ພວກເຮົາກຳລັງກໍ່ສ້າງ ແລະ ຈັດຕຽມສ...
08/07/2026

✨ ກຽມພົບກັບ M Dental Clinic renovate ໃໝ່! ຍົກລະດັບການເບີ່ງແຍງຮອຍຍິ້ມໃຫ້ທັນສະໄໝກວ່າເກົ່າ🦷💙
ພວກເຮົາກຳລັງກໍ່ສ້າງ ແລະ ຈັດຕຽມສະຖານທີ່ຄລີນິກແຫ່ງໃໝ່ ເພື່ອຮອງຮັບ ແລະ ມອບປະສົບການການປິ່ນປົວທີ່ດີທີ່ສຸດໃຫ້ກັບທຸກທ່ານ. ຮອບນີ້ຈັດເຕັມດ້ວຍເຕັກໂນໂລຊີ ແລະ ເຄື່ອງມືທີ່ທັນສະໄໝລະດັບມາດຕະຖານ:
🔹 ຕັ່ງແຂ້ວລຸ້ນໃໝ່ຫຼ້າສຸດ – ນັ່ງສະບາຍ, ຜ່ອນຄາຍຕະຫຼອດການປິ່ນປົວ
🔹 ມີລະບົບ CT-Scan ແລະ X-Ray – ກວດວິເຄາະໄດ້ລະອຽດ, ຊັດເຈນ ແລະ ບົ່ງມະຕິໄດ້ດີຂຶ້ນ
🔹 ລະບົບການອົບເຊື້ອຂັ້ນສູງ – ສະອາດ, ປອດໄພ, ໝັ້ນໃຈໄດ້ 100%
🔹 ການຝັງຮາກທຽມແບບທັນສະໄໝ – ຄືນຮອຍຍິ້ມທີ່ເປັນທຳມະຊາດໃຫ້ທ່ານຢ່າງມືອາຊີບ
ພ້ອມນຳເອົາເຕັກນິກທັນສະໄໝໃໝ່ໆ ມາພັດທະນາ ແລະ ໃຊ້ໃນຄລີນິກ ເພື່ອໃຫ້ທຸກການປິ່ນປົວມີປະສິດທິພາບສູງສຸດ.
📍 ອີກບໍ່ດົນເກີນຖ້າ! ປັກໝຸດລໍຖ້າຕິດຕາມວັນເປີດໂຕຢ່າງເປັນທາງການ ແລະ ໂປຣໂມຊັນພິເສດໄດ້ເລີຍທີ່ເພຈນີ້.
#ຄລີນິກປົວແຂ້ວ #ສາຂາໃໝ່ #ຮາກທຽມ #ດັດແຂ້ວ #ດູແລສຸຂະພາບແຂ້ວ

ເນື່ອງໃນໂອກາດ “ວັນແພດລາວ 18 ມິຖຸນາ 2026” 🩺✨M Dental Clinic ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສຸດຊຶ້ງ ມາຍັງຄະນະແພດໝໍ,...
18/06/2026

ເນື່ອງໃນໂອກາດ “ວັນແພດລາວ 18 ມິຖຸນາ 2026” 🩺✨
M Dental Clinic ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສຸດຊຶ້ງ ມາຍັງຄະນະແພດໝໍ, ພະຍາບານ ແລະ ບຸກຄະລາກອນທາງການແພດທຸກໆທ່ານ ທີ່ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ເສຍສະຫຼະເພື່ອເບິ່ງແຍງສຸຂະພາບຂອງປະຊາຊົນລາວດ້ວຍຄວາມຈິງໃຈສະເໝີມາ. ❤️
ພວກຂ້າພະເຈົ້າທີມງານທັນຕະແພດ ກໍພ້ອມທີ່ຈະມຸ່ງໝັ້ນພັດທະນາການບໍລິການ ແລະ ຮັກສາຮອຍຍິ້ມທີ່ສົດໃສຂອງທຸກທ່ານໃຫ້ດີທີ່ສຸດເຊັ່ນກັນ. 😁🦷
#ວັນແພດລາວ #ຄລີນິກປົວແຂ້ວ #18ມິຖຸນາ

📢 ແຈ້ງການ: ຍ້າຍສະຖານທີ່ຄລີນິກຊົ່ວຄາວ 🦷✨ຄລີນິກປົວແຂ້ວM Dental Clinic ຂໍແຈ້ງໃຫ້ລູກຄ້າທຸກທ່ານຊາບວ່າ: ເພື່ອການປັບປຸງ ແລະ ສ້າ...
27/04/2026

📢 ແຈ້ງການ: ຍ້າຍສະຖານທີ່ຄລີນິກຊົ່ວຄາວ 🦷✨

ຄລີນິກປົວແຂ້ວM Dental Clinic ຂໍແຈ້ງໃຫ້ລູກຄ້າທຸກທ່ານຊາບວ່າ: ເພື່ອການປັບປຸງ ແລະ ສ້າງອາຄານໃໝ່ໃຫ້ທັນສະໄໝກວ່າເກົ່າ, ພວກເຮົາຈະໄດ້ຍ້າຍໄປໃຫ້ບໍລິການຢູ່ "ຄລີນິກ ດຣ. ບົວຈັນ" ຊົ່ວຄາວ.

📅 ເລີ່ມຕັ້ງແຕ່ວັນທີ: 27/04/2026 ເປັນຕົ້ນໄປ.
📍 ສະຖານທີ່ຊົ່ວຄາວ: ຄລີນິກ ດຣ. ບົວຈັນ (ຕາມຮູບພາບປະກອບ).

ຂໍອະໄພໃນຄວາມບໍ່ສະດວກມານະໂອກາດນີ້. ພວກເຮົາຈະກັບມາພ້ອມກັບການບໍລິການທີ່ດີກວ່າເກົ່າ!
📞 ສອບຖາມຂໍ້ມູນເພີ່ມເຕີມ ຫຼື ນັດໝາຍໄດ້ທີ່: 02077302345

ສະບາຍດີປີໃໝ່ລາວ! 💦 ກຽມໄປຫລິ້ນນ້ຳກັນແລ້ວບໍ?ກ່ອນຈະໄປມ່ວນຊື່ນກັບເທດສະການສົງການ, M Dental Clinic ຂໍແຈ້ງມື້ພັກກັນກ່ອນເດີ້:🗓 ຢ...
14/04/2026

ສະບາຍດີປີໃໝ່ລາວ! 💦 ກຽມໄປຫລິ້ນນ້ຳກັນແລ້ວບໍ?
ກ່ອນຈະໄປມ່ວນຊື່ນກັບເທດສະການສົງການ, M Dental Clinic ຂໍແຈ້ງມື້ພັກກັນກ່ອນເດີ້:
🗓 ຢຸດພັກ: 14–16 ເມສາ
🗓 ເປີດປົກກະຕິ: 17 ເມສາ
ຢ່າລືມຮັກສາສຸຂະພາບແຂ້ວ, ກິນຂອງຫວານປີໃໝ່ແລ້ວຢ່າລືມຖູແຂ້ວແນ່ເດີ້ 🦷✨ ຂໍໃຫ້ປີໃໝ່ນີ້ມີແຕ່ຮອຍຍິ້ມທີ່ສົດໃສກັນທຸກຄົນເລີຍ!

✨ ຍິ້ມໝັ້ນໃຈ ແຂ້ວຂາວໃສແບບເປັນທຳມະຊາດ! ✨ຢາກມີຮອຍຍິ້ມທີ່ໂດດເດັ່ນ ແຕ່ກັງວົນເລື່ອງສຸຂະພາບແຂ້ວຢູ່ແມ່ນບໍ? ທີ່ M DENTAL CLINIC ...
21/03/2026

✨ ຍິ້ມໝັ້ນໃຈ ແຂ້ວຂາວໃສແບບເປັນທຳມະຊາດ! ✨
ຢາກມີຮອຍຍິ້ມທີ່ໂດດເດັ່ນ ແຕ່ກັງວົນເລື່ອງສຸຂະພາບແຂ້ວຢູ່ແມ່ນບໍ? ທີ່ M DENTAL CLINIC ເຮົາຊ່ວຍທ່ານໄດ້! 🦷✨

ປ່ຽນແຂ້ວເຫຼືອງ ໃຫ້ເປັນແຂ້ວຂາວງາມ ດ້ວຍເຕັກໂນໂລຊີ Cool Light ທີ່ທັນສະໄໝ:
✅ ບໍ່ທຳລາຍເນື້ອແຂ້ວ - ປອດໄພ ໝັ້ນໃຈໄດ້ເລີຍ
✅ ຂາວແບບທຳມະຊາດ - ບໍ່ເບິ່ງຫຼອກຕາ ເສີມບຸກຄະລິກໃຫ້ເບິ່ງດີຂຶ້ນ
✅ ເຫັນຜົນໄວ - ຍິ້ມໄດ້ຢ່າງເຕັມປາກໃນທັນທີ

🔥 ໂປຣໂມຊັນພິເສດສຸດຄຸ້ມ! 🔥
💰 ລາຄາພຽງ 2,3 ລ້ານກີບ ເທົ່ານັ້ນ!
🎁 ຟຣີ! ບໍລິການຂູດຫີນປູນໃຫ້ພ້ອມ ເພື່ອສຸຂະພາບຊ່ອງປາກທີ່ດີຄົບສູດ.

📍 ຢາກຍິ້ມສວຍແບບນີ້ ຕິດຕໍ່ສອບຖາມໄດ້ທີ່:
📲 ໂທ: 020 77302345
💬 Facebook/Messenger:

#ຟອກສີແຂ້ວ #ແຂ້ວຂາວ #ຄລີນິກທັນຕະກຳ #ຍິ້ມສວຍ #ລາວ

🎉 ໂປຣໂມຊັ້ນຕ້ອນຮັບກຸດຈີນ ແລະ ວາເລນທາຍ🎉💎 ຟອກແຂ້ວຂາວຈາກລາຄາປົກກະຕິ 5̶.̶0̶0̶0̶.- ເຫຼືອພຽງ 3.900.-ນອກນັ້ນຍັງແຖມຟຣີ ຂູດຫີນປູນ...
11/02/2026

🎉 ໂປຣໂມຊັ້ນຕ້ອນຮັບກຸດຈີນ ແລະ ວາເລນທາຍ🎉
💎 ຟອກແຂ້ວຂາວຈາກລາຄາປົກກະຕິ 5̶.̶0̶0̶0̶.- ເຫຼືອພຽງ 3.900.-
ນອກນັ້ນຍັງແຖມຟຣີ ຂູດຫີນປູນ ແລະ ອານະໄມຊ່ອງປາກ
ປະໂຫຍດຂອງການຟອກແຂ້ວ
💚 ຟອກແຂ້ວດ້ວຍເຄື່ອງມືມາດຕະຖານ ແລະ ທັນສະໃຫມ
💚 ແຂ້ວຂາວຂຶ້ນຊັດເຈນພາຍໃນ 1 ຊົ່ວໂມງ
💚 ແຂ້ວຂາວສະອາດ
💚 ບໍ່ກັດຜິວແຂ້ວ
💚 ມີຮອຍຍິ້ມທີ່ໝັ້ນໃຈຍິ່ງຂຶ້ນ
🦷 ສົນໃຈຈອງຄິວກ່ອນເຂົ້າມາຟອກ ກົດ Whatsapp ເລີຍ
=========================
Facebook: ຄລີນິກປົວແຂ້ວ M DENTAL CLINIC
Instargarm: M.DENTAL.CLINIC.LAOS
ໂທ: 02077302345
🎏ສະຖານທີ່:
ກົງກັນຂ້າມກັບສູນຮອນດ້າວັດໄຕໃຫຍ່
ບ້ານວັດໄຕໃຫຍ່ທ່າ, ເມືອງສີໂຄດຕະບອງ, ແຂວງນະຄອນຫຼວງວຽງຈັນ
ເປີດບໍລິການທຸກໆວັນ
"BE CONFIDENT IN YOUR SMILE @ M DENTAL CLINIC"🦷
#ແຂ້ວຂາວ #ຟອກແຂ້ວ #ຟອກແຂ້ວຂາວ

ສີຢາງມົງຄຸນ ຕ້ອນຮັບເທດສະການກຸດຈີນ✨🌸ໃສ່ແລ້ວເຮັງ ໃສ່ແລ້ວລວຍ ໃສ່ແລ້ວງາມ ເລືອກໄດ້ຕາມໃຈມັກເລີຍ=========================Facebo...
10/02/2026

ສີຢາງມົງຄຸນ ຕ້ອນຮັບເທດສະການກຸດຈີນ✨🌸
ໃສ່ແລ້ວເຮັງ ໃສ່ແລ້ວລວຍ ໃສ່ແລ້ວງາມ ເລືອກໄດ້ຕາມໃຈມັກເລີຍ
=========================
Facebook: ຄລີນິກປົວແຂ້ວ M DENTAL CLINIC
Instargarm: M.DENTAL.CLINIC.LAOS
ໂທ: 02077302345
🎏ສະຖານທີ່:
ກົງກັນຂ້າມກັບສູນຮອນດ້າວັດໄຕໃຫຍ່
ບ້ານວັດໄຕໃຫຍ່ທ່າ, ເມືອງສີໂຄດຕະບອງ, ແຂວງນະຄອນຫຼວງວຽງຈັນ
ເປີດບໍລິການຈັນ-ເສົາ 09:30-19:30
"BE CONFIDENT IN YOUR SMILE @ M DENTAL CLINIC"🦷

Before & After ທີ່ປ່ຽນແປງຮອຍຍິ້ມໄປຕະຫຼອດການ! ✨😮ຢ່າປ່ອຍໃຫ້ຊ່ອງຫວ່າງລະຫວ່າງແຂ້ວ ມາລົດທອນຄວາມໝັ້ນໃຈຂອງທ່ານ. ເບິ່ງເຄສນີ້ເປັນ...
28/01/2026

Before & After ທີ່ປ່ຽນແປງຮອຍຍິ້ມໄປຕະຫຼອດການ! ✨😮

ຢ່າປ່ອຍໃຫ້ຊ່ອງຫວ່າງລະຫວ່າງແຂ້ວ ມາລົດທອນຄວາມໝັ້ນໃຈຂອງທ່ານ. ເບິ່ງເຄສນີ້ເປັນຕົວຢ່າງ ຈາກທີ່ເຄີຍບໍ່ກ້າຢິ້ມເຕັມທີ່ ຕອນນີ້ຍິ້ມໄດ້ກວ້າງຢ່າງໝັ້ນໃຈແລ້ວ! 😁

ດ້ວຍການຮັກສາທີ່ໃສ່ໃຈທຸກລາຍລະອຽດ ທາງຄລີນິກເຮົາໄດ້ເຮັດການ ດັດແຂ້ວ ຄວບຄູ່ກັບການຝັງຮາກແຂ້ວທຽມ ແລະ ປູກກະດູກເສີມ ເພື່ອໃຫ້ແຂ້ວໃໝ່ອອກມາງາມ, ແຂງແຮງ ແລະ ຄືແຂ້ວແທ້ທີ່ສຸດ 💯

ຢາກມີຮອຍຍິ້ມໃໝ່ແບບນີ້ ທັກຫາເຮົາໄດ້ເລີຍ! 👇

#ແຂ້ວທຽມແບບຝັງຮາກ #ດັດແຂ້ວວຽງຈັນ

ที่อยู่

ກົງກັນຂ້າມສູນຮອນດ້າ ບ້ານວັດໄຕໃຫຍ່, ເມຶອງສີໂຄດຕະບອງ, ແຂວງນະຄອນຫຼວງວຽງຈັນ
Amphoe Si Chiang Mai
01000

เวลาทำการ

จันทร์ 09:00 - 19:30
อังคาร 09:00 - 19:30
พุธ 09:00 - 19:30
พฤหัสบดี 09:00 - 19:30
ศุกร์ 09:00 - 19:30
เสาร์ 09:00 - 19:30

เว็บไซต์

แจ้งเตือน

รับทราบข่าวสารและโปรโมชั่นของ ຄລີນິກປົວແຂ້ວ M Dental Clinicผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

ติดต่อ คลินิกทันตกรรมนี้

ส่งข้อความของคุณถึง ຄລີນິກປົວແຂ້ວ M Dental Clinic:

ทางลัด

แชร์