05/07/2022
ບັນດາອາຫານທີ່ຊ່ວຍໃຫ້ລົມຫາຍໃຈຫອມສົດຊື່ນ
ເພື່ອມີລົມຫາຍໃຈຫອມສົດຊື່ນໝັ້ນໃຈໃນການພົບປະໂອ້ລົມ, ທ່ານຄວນຈະຮູ້ຈັກກັບບັນດາອາຫານລຸ່ມນີ້ໄວ້:
✔️ ໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນ ຊີ: (ໝາກກ້ຽງ, ໝາກນາວ, ກີວິ...)ຫຼຸດແບັກທີເຣຍ, ຫຼຸດກົດໃນກະເພາະ, ຊຳລະລ້າງຮ່າງກາຍ ແລະ ປ້ອງກັນກິ່ນທີ່ບໍ່ພຶງປະສົງ.
✔️ ເຄື່ອງເທດ ແລະ ສະໝຸນໄພເຊັ່ນ: ເມັດກະວານໍ່, ຜັກຊີ, ໃບໂຣສແມຣີ້, ຫອມເປ,...
✔️ ໂປຣໄບໂອຕິກທີ່ຢູ່ໃນໂຍເກີດ໌ຊ່ວຍກຳຈັດໄຮໂດຣເຈນຊຸຸນຟົວ, ອີກທັງຍັງມີຈຸລິນຊີບາງຊະນິດທີ່ຊ່ວຍຮັກສາບາດແຜໃນປາກ, ປ້ອງກັນກິ່ນປາກໄດ້ນຳອີກ.
✔️ ຜັກຂຽວ, ກະລ່ຳດອກ, ກາຣົດ ແລະ ໝາກແຕງຊ່ວຍໃຫ້ປາກສົດຊື່ນໂດຍການຫຼຸດປະລິມານແບັກທີເຣຍໃນປາກໄດ້.
✔️ ການກິນໝາກແອັບເປີ້ນຊ່ວຍກະຕຸ້ນສານຫຼັ່ງນ້ຳລາຍ. ນ້ຳລາຍຈະອອກມາຫຼາຍເພື່ອຊ່ວຍກຳຈັດແບັກທີເຣຍທີ່ກໍ່ໃຫ້ເກີດກິ່ນປາກນັ້ນເອງ.
✔️ ການຫຍ້ຳຂະໜົມໝາກຝຣັ່ງກໍ່ຍັງເປັນການຊ່ວຍເພິ່ມການຜະລິດນ້ຳລາຍກຳຈັດເສດອາຫານທີ່ຕິດແຂ້ວ, ປ້ອງກັນການກໍ່ໂຕເອງກິ່ນປາກ. ສ່ວນໝາກຝຣັ່ງໄຊລິທອລທີ່ປອດນ້ຳຕານຈະດີກວ່າຊະນິດທີ່ມີນ້ຳຕານ.
✔️ ຂະໜົມປັງທັນຍະພືດຊ່ວຍປ້ອງກັນບໍ່ໃຫ້ຄີໂຕນກໍ່ຕົວ(ຊຶ່ງເຮັດໃຫ້ກິ່ນປາກ) ແລະ ຊ່ວຍໃຫ້ລົມຫາຍໃຈສົດຊື່ນ.
✔️ ຊາຂຽວອຸດົມໄປດ້ວຍຟລາໂວນອຍດ໌, ຊຶ່ງຊ່ວຍຫຼຸດແລະປ້ອງກັນການເກາະໂຕຂອງແບັກທີເຣຍທີ່ເຮັດໃຫ້ເກີດກິ່ນປາກ, ໂດຍສະເພາະຢ່າງຍິ່ງແມ່ນຊາອົບເຊຍຊຶ່ງເຮັດໃຫ້ລົມຫາຍໃຈສົດຊື່ນ.
ທີ່ມາ: ZENY DENTAL